ທົ່ວປະເທດ ລາວ, ຜົນສະທ້ອນຂອງສົງຄາມ ທີ່ໄດ້ຢຸດຕິຫຼາຍກວ່າເຄິ່ງສັດຕະວັດຜ່ານມາ, ຍັງຄົງ ຖີ້ມບາດແຜ, ໃນຮູບແບບລະເບີດບໍ່ທັນແຕກ ເຊິ່ງມີ ລູກລະເບີດ, ບົມໃຫຍ່ທີ່ຖີ້ມມາຈາກຍົນ, ລູກປືນຄົກ ແລະ ລະເບີດມື, ລວມຈົນເຖີງ ບັນດາລະເບີດຝັງດິນທີ່ສ້າງຄວາມອັນຕະລາຍ ປະກອບດ້ວຍ ລູກຈະຫຼວດ ແລະ ລູກປືນໃຫຍ່. ເລີ່ມປີ 1964 ເຖີງປີ 1973, ໃນໄລຍະສົງຄາມຫວຽດນາມ, ສະຫະລັດອາເມລິກາ ໄດ້ຖີ້ມລະເບີດຫຼາຍກວ່າສອງລ້ານໂຕນລົງ ເພື່ອທໍາລາຍເສັ້ນທາງລໍາລຽງສະບຽງຂອງຫວຽດນາມເໜືອ. ການສູ້ຮົບນີ້ ເຮັດໃຫ້ມີລະເບີດຝັງດິນທີ່ບໍ່ທັນແຕກປະມານ 80 ລ້ານໜ່ວຍ ເຊິ່ງກະຈາຍທົ່ວປະເທດ.
ຜົນກະທົບໃສ່ປະຊາຊົນລາວ ແມ່ນແຜ່ລາມໃນວົງກວ້າງ. ລະເບີດທີ່ບໍ່ທັນແຕກ ໄດ້ຂ້າຊີວິດ ຫຼື ສ້າງຄວາມບາດເຈັບໃຫ້ຫຼາຍກວ່າ 50,000 ຄົນ ນັບແຕ່ປີ 1964, ເຊິ່ງອຸປະຕິເຫດຫຼາຍໆຄັ້ງ ຍັງຄົງສືບຕໍ່ເກີດຂຶ້ນຢ່າງຕໍ່ເນື່ອງ. ຮ່ອງຮອຍຈາກການຕໍ່ສູ້ເຫຼົ່ານີ້ ໄດ້ສ້າງຄວາມສ່ຽງຕໍ່ຊີວິດ ແລະ ຍັງກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ, ຈໍາກັດການເຂົ້າເຖີງທີ່ດິນກະສິກໍາ ແລະ ເພີ່ມຄ່າໃຊ້ຈ່າຍໃຫ້ໂຄງການພັດທະນາຕ່າງໆ.
ການເກັບກູ້ລະເບີດບໍ່ທັນແຕກ ແມ່ນຂັ້ນຕອນທີ່ໃຊ້ຄວາມພາກພຽນ ແລະ ອັນຕະລາຍ. ບັນດາທີມງານຈາກອົງການຈັດຕັ້ງທ້ອງຖິ່ນ ແລະ ສາກົນ ເຮັດວຽກຢ່າງມີສະຕິ ເພື່ອເຄື່ອນຍ້າຍລະເບີດບໍ່ທັນແຕກຢູ່ເທິງໜ້າດິນ ແລະ ຝັງໃນດິນ. ຂັ້ນຕອນດັ່ງກ່າວ ມີການສໍາຫຼວດຢ່າງກວ້າງຂວາງ, ການສຶກສາຄວາມສ່ຽງ ແລະ ການນໍາໃຊ້ເຄື່ອງກວດສະໜາມແມ່ເຫຼັກຢ່າງລະມັດລະວັງ ເພື່ອຊອກຈຸດພົບ ແລະ ທໍາລາຍເສດສົງຄາມເຫຼົ່ານີ້ທີ່ຂ້າຊີວິດ.
ຢູ່ບໍລິສັດ ພູເບ້ຍ ມາຍນິງ, ເຖີງແມ່ນສອງເຂດດໍາເນີນງານຂອງພວກເຮົາ ຢູ່ຫ່າງໄກຈາກເຂດທີ່ມີລະເບີດຫຼາຍທີ່ສຸດກໍ່ຕາມ, ເຊິ່ງພົບສ່ວນໃຫຍ່ຢູ່ຕາມຊາຍແດນເສັ້ນທາງໂຮ່ຈີມິນ, ແຕ່ບໍລິສັດ ຍັງຄົງ ມຸ່ງໝັ້ນໃນຄວາມພະຍາຍາມເກັບກູ້ລະເບີດ ໂດຍໃຫ້ບູລິມະສິດຄວາມຕ້ອງການຂອງຊຸມຊົນ, ທີ່ດິນກະສິກໍາ, ແລະ ເຂດພັດທະນາໂຄງການເປັນຕົ້ນ. ເຖີງແມ່ນວ່າມີສິ່ງທີ່ທ້າທາຍດ້ານພູມິປະເທດ ແລະ ລະເບີດບໍ່ທັນແຕກຈໍານວນຫຼາຍກໍ່ຕາມ, ຄວາມຄືບໜ້າໃນການເກັບກູ້ລະເບີດກໍ່ຍັງຄົງສືບຕໍ່ດຳເນີນການ. ນັບແຕ່ປີ 1996, ລະເບີດບໍ່ທັນແຕກ ເກັບກູ້ໄດ້ພຽງໜຶ່ງສ່ວນຮ້ອຍ, ແຕ່ວຽກງານເກັບກູ້ລະເບີດ ຍັງສືບຕໍ່ໂດຍໄດ້ຮັບການສະໜັບສະໜູນຈາກການຊ່ວຍເຫຼືອຂອງສາກົນ ແລະ ຄວາມເສຍສະຫຼະຂອງທີມງານເກັບກູ້ລະເບີດ.
ການເກັບກູ້ລະເບີດບໍ່ທັນແຕກ ແມ່ນບໍ່ສະເພາະການເຄຶ່ອນຍ້າຍລູກລະເບີດ; ແຕ່ຍັງກ່ຽວພັນເຖີງການບຸກເບີກທີ່ດິນ ແລະ ການສ້າງອະນາຄົດທີ່ປອດໄພກວ່າເກົ່າ ແລະ ມີຄວາມວັດທະນະຖາວອນເພີ່ມຂຶ້ນ ສໍາລັບຄົນຮຸ້ນຕໍ່ໄປ.
ການເກັບກູ້ລະເບີດຂອງບໍລິສັດ ພູເບ້ຍ ມາຍນິງນັບແຕ່ປີ 2006
ຈໍານວນລະເບີດທີ່ບໍ່ທັນແຕກ (ຖືກທໍາລາຍ)
ຈໍານວນຫົວລົບຈະຫຼວດ (ຖືກທໍາລາຍ)
ເນື້ອທີ່ເກັບກູ້ລະເບີດບໍ່ທັນແຕກທັງໝົດ (ກຕມ)
ຄ່າໃຊ້ຈ່າຍເປັນໂດລາສະຫະລັດ