...

ການສ້າງຄວາມເຂັ້ມແຂງໃຫ້ບັນດາຊຸມຊົນ ເພື່ອການພັດທະນາທີ່ຍືນຍົງ

ຢູ່ບໍລິສັດ ພູເບ້ຍ ມາຍນິງ, ພວກເຮົາ ຮັບຮູ້ວ່າຄວາມສໍາເລັດຂອງພວກເຮົາ ແມ່ນຜູກມັດຢ່າງແໜ້ນແຟ້ນນໍາຊີວິດການເປັນຢູ່ຂອງບັນດາຊຸມຊົນທີ່ພວກເຮົາ ເຂົ້າໄປດໍາເນີນງານ. ຄວາມມຸ່ງໝັ້ນຂອງພວກເຮົາເພື່ອພັດທະນາສັງຄົມ ແມ່ນຢູ່ເໜືອການຂຸດຄົ້ນໂລຫະທາດທີ່ມີຄ່າ; ນີ້ ຂະຫຍາຍໄປສູ່ການສ້າງຄວາມອາດສາມາດໄລຍະຍາວ ແລະ ການສ້າງຄວາມເຂັ້ມແຂງໃຫ້ບັນດາຊຸມຊົນ ສາມາດຫຼໍ່ຫຼອມວິຖີຊີວິດຂອງພວກເຂົາເອງ.

ວິທີການຂອງພວກເຮົາ

ການວາງແຜນທີ່ມີຊຸມຊົນເປັນສູນກາງ

ແຜນການພັດທະນາຊຸມຊົນຂອງພວກເຮົາ ແມ່ນມີການສ້າງຂຶ້ນ ຢ່າງມີສ່ວນຮ່ວມ ໂດຍມີການປຶກສາຫາລືນໍາ ອໍານາດການປົກຄອງພາກລັດ, ຕາງໜ້າຊຸມຊົນ, ແລະ ອີງໃສ່ຜົນສໍາຫຼວດເສດຖະກິດ-ສັງຄົມ. ດ້ວຍວິທີມີສ່ວນຮ່ວມນໍາຜູ້ມີສ່ວນກ່ຽວຂ້ອງ ຢ່າງຕັ້ງໜ້າ, ພວກເຮົາ ຮັບປະກັນວ່າ ບັນດາໂຄງການຂອງພວກເຮົາ ປະຕິບັດສອດຄ່ອງກັບຄວາມຕ້ອງການຂອງທ້ອງຖິ່ນ, ແຜນພັດທະນາຂອງປະເທດເຈົ້າພາບ, ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງອົງການ ສະຫະປະຊາຊາດ. ວິທີການທີ່ປະສານສົມທົບນີ້ ສ້າງໃຫ້ມີຄວາມເຂົ້າໃຈເລິກເຊິ່ງເຖີງບູລິມະສິດຫຼາຍຢ່າງຂອງຄົນທ້ອງຖິ່ນ ແລະ ປະຊາຊົນທີ່ຍັງບໍ່ໝັ້ນຄົງ.

ລະບົບການຄຸ້ມຄອງທີ່ມີຄວາມຮັບຜິດຊອບ

ລະບົບການຄຸ້ມຄອງຂອງບໍລິສັດ ແພນອອສ໌ ປະຕິບັດຕາມມາດຕະຖານສູງສຸດ. ອີງໃສ່ມາດຕະຖານການປະຕິບັດງານຂອງອົງການການເງິນສາກົນ, ບັນດາລະບຽບຫຼັກການ, ເຄື່ອງມື ແລະ ກົນໄກຂອງພວກເຮົາ ຕອບສະໜອງຕໍ່ຜົນກະທົບດ້ານສັງຄົມ ແລະ ສິ່ງແວດລ້ອມ. ພວກເຮົາ ເຊື່ອວ່າ ການປະຕິບັດການຂຸດຄົ້ນທີ່ມີຄວາມຮັບຜິດຊອບ ແມ່ນມີຄວາມສໍາຄັນຕໍ່ການພັດທະນາແບບຍືນຍົງ. ທີມພົວພັນຊຸມຊົນ ຮັບໜ້າທີ່ເປັນຂົວເຊື່ອມຕໍ່ລະຫວ່າງບໍລິສັດ ພູເບ້ຍ ມາຍນິງ ແລະ ບັນດາຊຸມຊົນ ທີ່ພວກເຮົາ ໄດ້ພົວພັນ. ພວກເຮົາ ຊຸກຍູ້ໃຫ້ມີການປຶກສາຫາລືແບບເປີດເຜີຍ, ເປີດໂອກາດໃຫ້ສະມາຊິກຊຸມຊົນ ໄດ້ສົນທະນາຂໍ້ກັງວົນ, ແລກປ່ຽນທັດສະນະ, ແລະ ເຂົ້າຮ່ວມໃນຂະບວນການຕັດສິນໃຈ. ພວກເຮົາ ຮັບເອົາຄໍາຕິຊົມຂອງຊຸມຊົນ ໂດຍຜ່ານການພົວພັນເຊິ່ງໜ້າ ຫຼື ຜ່ານຊ່ອງທາງອື່ນໆ.

ບັນດາກົນໄກການຮ້ອງທຸກ

ພວກເຮົາ ຮັບຄໍາຮ້ອງທຸກ ຢ່າງຈິງຈັງ. ຖ້າບັນດາກິດຈະກໍາຂອງພວກເຮົາ ສົ່ງຜົນກະທົບດ້ານລົບ ຕໍ່ຊີວິດການເປັນຢູ່, ພວກເຮົາ ມີວິທີການຊົດເຊີຍ ແລະ ການຫຼຸດຜ່ອນຜົນກະທົບ. ກົນໄກຍື່ນຄໍາຮ້ອງຂໍ, ຄໍາຮ້ອງທຸກ ແລະ ຄໍາສະເໜີ ມີການດໍາເນີນທີ່ໂປ່ງໃສ ເພື່ອໃຫ້ສະມາຊິກຊຸມຊົນ ນຳສະເໜີຂໍ້ກັງວົນຂອງພວກເຂົາ ແລະ ຊອກຫາວິທີແກ້ໄຂ.

ການປະກອບສ່ວນທາງດ້ານເສດຖະກິດ

ນອກເໜືອຈາກການຂຸດຄົ້ນແຮ່, ພວກເຮົາ ປະກອບສ່ວນ ຢ່າງມະຫາສານ ຕໍ່ເສດຖະກິດຊຸມຊົນ. ຜ່ານການສ້າງວຽກເຮັດງານທໍາ, ການສະໜັບສະໜູນທຸລະກິດຊຸມຊົນ, ແລະ ການລົງທຶນໃນໂຄງລ່າງພື້ນຖານ, ພວກເຮົາ ວາງເປົ້າໝາຍຍົກລະດັບຊີວິດຂອງຊຸມຊົນ ແລະ ສົ່ງເສີມການເຕີບໂຕແບບຍືນຍົງ.

lo