ພະແນກວິຊາການຂຸດຄົ້ນ
ພະແນກບໍລິການວິຊາການຂຸດຄົ້ນ ແມ່ນຮັບຜິດຊອບ ເພື່ອພັດທະນາຍຸດທະສາດການດໍາເນີນງານໄລຍະຍາວ ສໍາລັບບໍລິສັດ ພູເບ້ຍ ມາຍນິງ, ເຊິ່ງລວມໂຄງການເຕີບໂຕ ເພື່ອຕໍ່ອາຍຸຂອງຊັບສິນຂອງບໍລິສັດ ພູເບ້ຍ ມາຍນິງ ໃນລາວ.
ທີມງານບໍລິການວິຊາການຂຸດຄົ້ນ ຈັດຕັ້ງການສຶກສາ ເພື່ອກໍານົດຄວາມເປັນເສດຖະກິດຂອງບັນດາໂຄງການເຕີບໂຕຂອງບໍລິສັດ ພູເບ້ຍ ມາຍນິງ.
ທີມງານບໍລິການວິຊາການຂຸດຄົ້ນ ສະໜອງການສະໜັບສະໜູນວິຊາການ ໃຫ້ທີມງານດໍາເນີນງານພາກສະໜາມໃນຂົງເຂດການວາງແຜນຂຸດຄົ້ນ, ວິສະວະກໍາທໍລະນີວິຊາການ ແລະ ທໍລະນີວິທະຍາທາງນໍ້າ, ໂຄງການປະເມີນແຮ່ທາດ ເພື່ອປັບປຸງຄຸນນະພາບ, ການວາງແຜນອາຍຸຂອງຊັບສິນ ເຊິ່ງລວມທັງການຟື້ນຟູ.
ເຮັດວຽກໃກ້ຊິດນໍາທີມງານພັດທະນາຊັບພະຍາກອນແຮ່ທາດ, ທີມງານບໍລິການວິຊາການຂຸດຄົ້ນ ແລະ ທີມດໍາເນີນງານ ລະບຸ ແລະ ພັດທະນາໂຄງການເຕີບໂຕຢ່າງຕໍ່ເນື່ອງ.
ທີມງານດັ່ງກ່າວ ແມ່ນຮັບຜິດຊອບການວາງແຜນບໍ່ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ. ຂັ້ນຕອນນີ້ ມີ ການວາງແຜນ ‘ອາຍຸຂອງບໍ່’ ທີ່ເປັນຍຸດທະສາດ, ການບໍລິການບໍ່ຂຸດຄົ້ນ ແລະ ຈັດຕາຕະລາງຈຸດຖີ້ມເສດຫີນ, ຮັບຜິດຊອບຕໍ່ການອອກແບບວຽກໃນບໍ່ເປີດທັງໝົດ ທີ່ຈໍາເປັນສໍາລັບການອອກແບບບໍ່ຂັ້ນສຸດທ້າຍ, ການອອກແບບບໍ່ແຕ່ລະຂັ້ນ, ການອອກແບບຈຸດຖີ້ມເສດຫີນ, ການອອກແບບທາງຂົນສົ່ງ, ແຜນຄຸ້ມຄອງນໍ້າ. ທີມງານວິຊາການບໍ່ຂຸດຄົ້ນ ແມ່ນຮັບຜິດຊອບສໍາລັບຂຶ້ນງົບປະມານ, ວາງແຜນຄາດຄະເນການຜະລິດ ແລະ ຄວບຄຸມຄ່າໃຊ້ຈ່າຍ. ສະໜັບສະໜູນການບໍລິການດ້ານວິຊາການ ໃຫ້ພະແນກພັດທະນາແຮ່ທາດ, ວຽກບໍ່ໃຕ້ດິນ ແລະ ໂຄງການເຕີບໂຕອື່ນໆ ຕາມຄວາມຕ້ອງການຂອງທຸລະກິດ.